ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສເສດຖະກິດໂລກ 2024
ວິທະຍຸກະຈາຍສຽງຫວຽດ ນາມລາຍງານ ວັນທີ 16 ມັງກອນ; ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມດ້ວຍ
ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 54 ຂອງເວທີປາໄສເສດ ຖະກິດ
ໂລກຢູ່ດາວອດ, ປະເທດສະວິດ (WEF Davos 2024).
ການເຄື່ອນໄຫວຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຈະເປັນປະທານຮ່ວມ ແລະ ກ່າວຄຳເຫັນໃນເຫດການຕ່າງໆ ໃນ
ຂອບເຂດກອງປະຊຸມ WEF Davos 2024, ເປັນຕົ້ນ ການໂອ້ລົມສົນທະນາດຶງດູດການລົງທຶນໃນຂົງເຂດເຄິ່ງຊັກນຳໄຟຟ້າ; ກອງ
ປະຊຸມເຈລະຈາຍຸດທະສາດແຫ່ງຊາດ ຫວຽດນາມ- WEF; ກອງປະຊຸມເຈລະຈານະໂຍບາຍ “ຫວຽດນາມ-ກຳນົດທິດວິໄສທັດທົ່ວ
ໂລກ”; ການໂອ້ລົມສົນທະນາກ່ຽວກັບການຊຸກຍູ້ບັນດາກຳລັງໜູນການເຕີບໂຕໃໝ່ຢູ່ ຫວຽດນາມ; ວາລະປຶກສາຫາລື ດ້ວຍຫົວຂໍ້ “ຊຸກ
ຍູ້ບົດບາດຮ່ວມມືທົ່ວໂລກໃນ ອາຊຽນ”.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບທ່ານສາດສະດາຈານ ເຄົາສ໌ ຊວາບ (Klaus Schwab), ຜູ້
ກໍ່ຕັ້ງ ທັງເປັນປະທານບໍລິຫານ WEF; ພົບປະສອງຝ່າຍກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ວິສາຫະກິດ WEF;
ພ້ອມທັງເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການພົບປະສົນທະນາກ່ຽວກັບບົດຮຽນ, ປະສົບການ ແລະ ຮູບແບບພັດທະນາສູນການເງິນສາ
ກົນຂອງສະວິດ; ຕ້ອນຮັບການນຳບັນດາກຸ່ມບໍລິສັດ ແລະ ວິສາຫະກິດແຖວໜ້າຂອງ ສະວິດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/01/2024